
ສຸວັນນີ ຮ່ວມເປັນສ່ວນໜຶ່ງໃນການຕ້ານພະຍາດໂຄວິດ-19
ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນປັດຈຸບັນ ກໍໄດ້ມີຫຼາຍໆພາກສ່ວນຮ່ວມແຮງຮ່ວມໃຈໃນການສະໜັບສະໜູນໃຫ້ກັບລັດຖະບານ ກໍຄືກະຊວງສາທາລະນະສຸກ ແພດໝໍ ແລະ ໃນວັນທີ 27 ເມສາ 2021 ທີ່ຜ່ານມາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ເປັນສ່ວນໜຶ່ງ ໃນການສະໜັບສະໜູນ ມອບເງິນສົດມູນຄ່າ 120,000,000 ກີບ ໃນການຊຸກຢູ້ວຽກງານດ້ານການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງພິທີການມອບຮັບ ໄດ້ຈັດຂຶ້ນທີ່ ຫ້ອງວ່າການນະຄອນຫລວງວຽງຈັນ ມອບໂດຍ ທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະ.
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ລັດຖະບານວາງອອກຢ່າເຄັ່ງເຄັດ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ໃນຄັ້ງນີ້ ຈຶ່ງຂໍເປັນກໍາລັງໃຈໃຫ້ລັດຖະບານ, ແພດໝໍ ແລະ ປະຊາຊົນລາວທຸກພາກສ່ວນ ທີ່ກຳລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພວກເຮົາຈະຂ້າມຜ່ານວິກິດການນີ້ໄປພ້ອມໆກັນ.