
ໃນວັນທີ 23 ສິງຫາ 2022 ທີ່ຜ່ານມາ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມອບອຸປະກອນການຮຽນ-ການສອນ, ອຸປະກອນກິລາ ແລະ ດອກໄຟໂຊລາເຊວໃຫ້ແກ່ 3ບ້ານໄດ້ແກ່ ບ້ານແກ້ງຕາປາ, ບ້ານສົມບໍ ແລະ ບ້ານໜອງກະປາດ ເມືອງ ບົວລະພາ ແຂວງ ຄຳມ່ວນ ລວມມູນຄ່າ 23,000,000 ກີບ ເຂົ້າຮ່ວມມອບຢ່າງເປັນທາງການໂດຍທ່ານ ຊຸບພະເສດ ຕາງໜ້າຜູ້ບໍລິຫານ ບໍລິສັດ ສຸວັນນີ ແລະ ທ່ານ ຄຳສຸກ ສຸວັນນະດາລາ ຜູ້ຈັດການສາຂາ ທ່າແຂກ ພ້ອມດ້ວຍພະນັກງານບໍລິສັດເຂົ້າຮ່ວມຢ່າງພ້ອມພຽງ.
“ໂຄງການສ້າງຮອຍຍິ້ມດ້ວຍການແບ່ງປັນ“ ໄດ້ດໍາເນີນມາເປັນ ປີທີ6 ເຊິ່ງພວກເຮົາໄດ້ໃຫ້ການຊ່ວຍເຫຼືອສະເໝີມາ ແລະ ໃນການຊ່ວຍເຫຼືອຄັ້ງນີ້ພວກເຮົາໄດ້ມີການປະສານງານກັບຫ້ອງການສຶກສາເມືອງບົວລະພາ ເພື່ອສອບຖາມຫາໂຮງຮຽນທີ່ຂາດເຂີນດ້ານອຸປະກອນການຮຽນ-ການສອນແທ້ ເຊິ່ງໄດ້ແກ່ ໂຮງຮຽນປະຖົມສົມບູນບ້ານ ແກ້ງຕາປາ, ບ້ານ ສົມບໍ ແລະ ບ້ານ ໜອງກະປາດ ເມືອງບົວລະພາ ແຂວງຄຳມ່ວນ ເປັນໂຮງຮຽນທີ່ຫ່າງຈາກຕົວເມືອງທ່າແຂກ ປະມານ 170 KM ເຊິ່ງປະຊາຊົນໃນບ້ານເປັນຊົນເຜົ່າມະກອງ ມີການດໍາລົງຊີວິດດ້ວຍການເຮັດໄຮ່ເຮັດສວນ ແລະ ເປັນບ້ານທີ່ໃຊ້ໄຟຟ້າຈາກແຜງໂຊລາເຊວ ເພາະໄຟຟ້າຫຼວງຍັງເຂົ້າໄປບໍ່ເຖີງ.
ພວກເຂົາມີພຽງພາສາເວົ້າແຕ່ບໍ່ມີພາສາຂຽນ ເຮັດໃຫ້ການເຂົ້າໄປຊ່ວຍເຫຼືອໃນຄັ້ງນີ້ຕ້ອງອາໃສ່ລາມແປ ພາຍໃນບ້ານມີໂຮງຮຽນພຽງໜຶ່ງຫ້ອງທີ່ໃຊ້ສອນນັກຮຽນຕັ້້ງແຕ່ປໍ 1 - ປໍ 5 ແລະ ມີອາຈານພຽງຄົນດຽວຕໍ່ໂຮງຮຽນ ແຕ່ເຖິງຢ່າງໃດກໍຕາມນ້ອງໆທຸກຄົນກໍ່ມີຄວາມຕັ້ງໃຈໃນການທີ່ຈະສືກສາຮ່ຳຮຽນ, ເພື່ອນຳເອົາຄວາມຮູ້ມາພັດທະນາໝູ່ບ້ານຕໍ່ໄປ.
ສຸດທ້າຍນີ້, ພວກເຮົາຮູ້ສຶກຍິນດີ ແລະ ດີໃຈທີ່ໄດ້ເຂົ້າໄປຊ່ວຍເຫຼືອສັງຄົມ ນຳພາຄວາມຮູ້ ເພິ່ມພູນການສຶກສາໃຫ້ແກ່ສັງຄົມທີ່ຢູ່ເຂດຫ່າງໄກ ແລະ ພວກເຮົາມີຄວາມຫວັງຢ່າງຍິ່ງວ່າ ນ້ອງໆຈະນຳໄປໃຫ້ຜັນຂະຫຍາຍ ແລະ ເຝິກຝົນທັກສະ ເພື່ອພັດທະນາຕົນເອງ ກໍຄືການພັດທະນາຄອບຄົວ ບ້ານເມືອງ ແລະ ປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າເລື່ອຍໆໄປ.