13-04-2021 2002, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

6 ປະເທດທີ່ມີການສະເຫຼີມສະຫຼອງສົງການ

 ຖ້າຈະເວົ້າເຖິງປະເພນີສົງການ ຄົນທົ່ວໄປຕ່າງກໍ່ຮູ້ກັນແລ້ວວ່າ ເປັນປະເພນີຂອງປະເທດລາວ ທີ່ມີມາດົນແລ້ວ ບໍ່ໄດ້ມີແຕ່ໃນປະເທດລາວເທົ່ານັ້ນ ຍັງມີອີກຫຼາຍປະເທດທີ່ມີປະເພນີສົງການຄືກັນ.. ມາເບິ່ງກັນເລີຍວ່າມີປະເທດໃດໃນໂລກທີ່ ຫຼິ້ນສົງການຄືກັນກັບເຮົາແນ່!!!

ບັນດາປະເທດທີ່ມີເທດສະການສົງການປະກອບມີ 6 ປະເທດດ້ວຍກັນເຊັ່ນ: ລາວ, ອິນເດຍ, ກຳປູເຈຍ, ໄທ, ມຽນມາ ແລະ ຈີນ ເຊິ່ງແຕ່ລະປະເທດຈະມີຊື່ເອີ້ນທີ່ແຕກຕ່າງກັນໄປດັ່ງນີ້:

       - ປະເທດລາວ ເອີ້ນວ່າ “ປີໃໝ່ລາວ ຫຼື ສົງການ” ເປັນບຸນປະເພນີອີກອັນໜື່ງຂອງລາວເຮົາ ແລະ ກໍເປັນການສະເຫຼີມສະຫຼອງກັນທົ່ວປະເທດ ແຕ່ວັນທີ່ 14 ຫາ 16 ຂອງເດືອນເມສາ ເພື່ອສະເຫຼີມສະຫຼອງດ້ວຍການສົ່ງພະ ຫົດນໍ້າດໍາຫົວຜູ້ໃຫຍ່, ບາສີສູ່ຂວັນເປັນຕົ້ນ.

pimailao

 

       - ປະເທດອິນເດຍ ເອີ້ນວ່າ “ເທດສະການໂຮລີ ຫຼື ເອີ້ນວ່າເທດສະການແຫ່ງສີສັນ” ເປັນເທດສະຂອງຊາວຮິນດູເຊິ່ງຈັດຂື້ນເປັນປະຈໍາທຸກປີໃນຊ່ວງວັນທີ 9-10 ມີນາ ໂດຍເທດສະການນີ້ເປັນການ ສາດສີ ແລະ ນ້ຳໃສ່ກັນ.

india

 

     - ປະເທດກຳປູເຈຍ ເອີ້ນວ່າ ” ໂຈນຊະນໍາຂະແມ” ເຊິ່ງໄລຍະເວລາການປະຕິບັດນັບແຕ່ວັນທີ 13 ຫາ 15 ຫຼື 14 ຫາ 16 ເມສາຂອງທຸກປີ ເຊິ່ງເທດສະການີ້ຈັດຂື້ນຢູ່ເມືອງພະນົມເປັນ ການສະເຫຼີມສະຫຼອງແມ່ນຄ້າຍກັບປີໃໝ່ລາວ ເຊັ່ນ ການເຮັດບຸນ ຂົນຊາຍເຂົ້າວັດ, ສົງພະ ລົດນ້ຳດຳຫົວຜູ້ໃຫຍ່.

kampujia

     - ປະເທດໄທ ເອີ້ນວ່າ “ສົງການ” ເຊິ່ງໄລຍະເວລາການປະຕິບັດນັບແຕ່ວັນທີ 13 ຫາ 15 ເມສາຂອງທຸກປີ ການສະເຫຼີມສະຫຼອງແມ່ນຄ້າຍກັບປີໃໝ່ລາວ ເຊັ່ນ ການເຮັດບຸນ ຂົນຊາຍເຂົ້າວັດ, ສົງພະ ລົດນໍ້າດໍາຫົວຜູ້ໃຫຍ່.

thai

      - ປະເທດມຽນມາ ເອີ້ນວ່າ “ຕະຈານ” ເຊິ່ງໄລຍະເວລາການປະຕິບັດນັບແຕ່ວັນທີ 14 ຫາ 16 ເມສາຂອງທຸກປີ ການສະເຫຼີມສະຫຼອງແມ່ນຄ້າຍກັບປີໃໝ່ລາວ ເຊັ່ນ ການເຮັດບຸນ ຂົນຊາຍເຂົ້າວັດ, ສົງພະ ຫົດນໍ້າດໍາຫົວຜູ້ໃຫຍ່.

mianma

 

      - ປະເທດຈີນ ເອີ້ນວ່າ “ພົວສຸ່ຍເຈ໋ຍ” ເຊິ່ງຈັດຂື້ນຢູ່ເຂດ 12 ປັນນາ ໂດຍປົກກະຕິຈະຈັດຂື້ນ ໃນຊ່ວງວັນທີ 13-15 ເມສາຂອງທຸກໆປີ ສ່ວຍການສະເຫຼີມສະຫຼອງເທດສະການຈະມີການແຂ່ງເຮືອມັງກອນ, ການສະແດງການກໍເຈດີຊາຍ, ຈູດບັ້ງໄຟ ສ່ວນຕອນກາງຄືນຈະມີການປ່ອຍໂຄມໄພ ແລະ ນອກນັ້ນຍັງມີການເຮັດບຸນສົງນ້ຳພະ ແລະ ຫຼິ້ນນ້ຳສົງການຄືກັບປີໃໝ່ລາວ.

chaines

 

ສຸດທ້າຍນີ້ ຂໍໃຫ້ທຸກທ່ານຫຼິ້ນປີໃໝ່ຢ່າງມີສະຕິ ປອດໄພ ສຸຂີມີໄຊ ຂໍໃຫ້ພົບເຈີແຕ່ສິ່ງດີໆ
ໂຊກດີປີໃໝ່ລາວ

 

ຂໍຂອບໃຈຂໍ້ມູນຈາກ : www.wonderfulpackage.com

其他新闻