ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ຈັດກິດຈະກໍາ ''ໂຄງການ: ແຕ້ມສີ ເຕີມຝັນ ໃຫ້ນ້ອງ'' ຄັ້ງທີ 2
01-01-1970 1821, ໂດຍ: ບໍລິສັດ ສຸວັນນີ ໂຮມເຊັນເຕີ

          ວັນທີ 28/04/2018 ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ມອບສີ ແລະ ອຸປະກອນທາສີ ໃຫ້ໂຮງຮຽນ ປະຖົມສົມບູນ ບ້ານອາກາດ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໂດຍປະກອບມີ (ສີ TOA ຈໍານວນ 30 ຖັງ ແລະ ອຸປະກອນທາສີຈໍານວນ 30 ອັນ ) ລວມມູນຄ່າ 10,000,000 ກີບ . ເຊິ່ງຕາງໜ້າມອບໂດຍ ທ່ານ ຄໍາສຸກ ຜູ້ຈັດການ ສາຂາ ສີໄຄ ແລະ ທ່ານ ຈັກກະວຸດ ມີຫານພົງ ຜູ້ຈັດການ ບໍລິສັດ ທີໂອເອ ເພັນ (ປະເທດລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່າງ ນາງ ວົງທິບ ເທບສຸລີ ຜູ້ອໍານວຍການ ໂຮງຮຽນ ປະຖົມສົມບູນ ບ້ານອາກາດ ໂດຍກິດຈະກໍາໃນຄັ້ງນີ້ ໄດ້ຈັດຂື້ນເປັນຄັ້ງທີ 2 ເພື່ອເປັນການສ້າງສິສັນໃຫ້ແກ່ໂຮງຮຽນ ແລະ ສ້າງຄວາມສຸກໃຫ້ແກ່ນ້ອງນັກຮຽນ ແລະ ມີທາງພະນັກງານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາາຊົນ ແລະ ຄູອາຈານ ພ້ອມດ້ວຍ ນ້ອງໆນັກຮຽນຊັ້ນປະຖົມ ປໍ 1 ເຖິງ ປໍ 5 ກໍໄດ້ເຂົ້າຮ່ວມກິດຈະກໍາ ຮ່ວມກັນທາສີຫ້ອງຮຽນ ດ້ວຍຄວາມສາມັກຄີເພື່ອໃຫ້ໂຮງຮຽນມີຄວາມສວຍງາມ ໂດຍ ກິດຈະກໍາດີໆແບບນີ້ຈະຈະຂື້ນເລື້ອຍໆ ແລະ ຕໍ່ໆໄປ. ສຸວັນນີ ໂຮມເຊັນເຕີ ສ້າງສີສັນໃຫ້ແກ່ສັງຄົມ.

ຂ່າວສານອື່ນໆ