
ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ສະຫະໂມເສດ ອຸດສາຫະກໍາ ຈໍາກັດ ມະຫາຊົນ (UMI) ຜູ້ນໍາດ້ານກະໂລ້ ພາຍໃຕ້ແບຣນສິນຄ້າຍີ່ຫໍ້ Duragres ແລະ Cergres ໄດ້ເປີດໂຕສິນຄ້າປະເພດກະໂລ້ Duragres ແລະ Cergres ທີ່ສາຂາໂຊກໃຫຍ່ຢ່າງເປັນທາງການ ໃນວັນທີ 27/05/2017 ທີ່ຜ່ານມາ ແລະ ໄດ້ຈັດກິດຈະກໍາ Meet&Greet ຮ່ວມລຸ້ນ Dinner ຮັບປະທານອາຫານຄໍ່າກັບດາລາສຸດຮ໋ອດຈາກປະເທດເພື່ອນບ້ານ ເພື່ອເປັນການສະແດງຄວາມຂອບໃຈຕໍ່ລູກຄ້າທີ່ສະໜັບສະໜູນສິນຄ້າ ຂອງ UMI ດ້ວຍດີຕະຫຼອດມາ, ນອກຈາກນີ້ ຍັງມີການມອບໂຊກຄືນກໍາໄລໃຫ້ແກ່ລູກຄ້າ ໂດຍການຈັດກັບໂປຣໂມຊັນອີກຫຼາຍຢ່າງເຊັນ: ຊື້ຄົບຈັບສະຫຼາກລຸ້ນຮັບເຄື່ອງໃຊ້ໄຟຟ້າທັນທີ, ຊື້ຄົບຮັບຄູປ໋ອງສ່ວນຫຼຸດທັນທີ... ເຊິ່ງກິດຈະກໍາດີໆແບບນີ້ໄດ້ເລີ່ມດໍາເນີນມາຕັ້ງແຕ່ວັນທີ 05 ພຶດສະພາ 2017 ເປັນຕົ້ນມາ ທີ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ທຸກສາຂາ. ໃນວັນທີ 27/05/2017 ບໍລິສັດ ສະຫະໂມເສດອຸດສາຫະກໍາ ຈໍາກັດ ມະຫາຊົນ (UMI) ໄດ້ເປີດໂຕສິນຄ້າ Duragres , Cergres ທີ່ ສຸວັນນີ ໂຮມເຊັນເຕີ ສາຂາໂຊກໃຫຍ່ (ເສັ້ນທາງ 450 ປີ) ຢ່າງເປັນທາງການ ໂດຍໃນງານໄດ້ມີກິດຈະກໍາຫຼາກຫຼາຍຢ່າງໃຫ້ລູກຄ້າທີ່ເຂົ້າຮ່ວມເຊັ່ນ: ສິນຄ້ານາທີທອງ ລູກຄ້າທີ່ຊື້ສິນຄ້າ Duragres ແລະ Cergres ຄົບມູນຄ່າ 25,000,000 ກີບ ໄດ້ຮັບຕູ້ເຢັນ Hitachi 6.6 Q 1 ໜ່ວຍ ທັນທີ, ນອກຈາກນີ້ ຍັງມີກິດຈະກໍາຫຼິ້ນເກມຮັບຂອງລາງວັນ, ຖ່າຍຮູບກັບດາລາ, ຮັບຂອງແຈກຂອງແຖມ...