ສຸວັນນີ Phontong Branch
ປີ 2000 (ສາຂາໂພນຕ້ອງ)
ນັບແຕ່ປີນັ້ນເປັນຕົ້ນມາ ທຸລະກິດຂອງບໍລິສັດໄດ້ຮັບການຕອບສະໜອງທີ່ດີຂຶ້ນມາໂດຍຕະຫຼອດ ແລະ ໄດ້ມີການຈະເລີນເຕີບໂຕຢ່າງຕໍ່ເນື່ອງ ຄວາມຕ້ອງການສິນຄ້າ ທາງດ້ານວັດສະດຸກໍ່ສ້າງເພີ່ມຂຶ້ນຕາມການຈະເລີນເຕີບໂຕຂອງ ສປປ ລາວ ປະກອບກັບ ທ່ານ ກົດສະດາ ສຸຄະບັນດິດ ໄດ້ສໍາເລັດການສຶກສາຈາກຕ່າງປະເທດ ແລະ ກໍ່ໄດ້ເຂົ້າມາມີບົດບາດໃນການບໍລິຫານທຸລະກິດໃຫ້ມີຄວາມເຂັ້ມແຂງຂຶ້ນ. ສະນັ້ນ ບໍລິສັດໄດ້ເປີດສາຂາໂພນຕ້ອງຂຶ້ນ ເພື່ອຈັດຈໍາໜ່າຍ ວັດສະດຸກໍ່ສ້າງ, ຕົບແຕ່ງ, ສ້ອມແປງເຮືອນ ແບບຄົບວົງຈອນ ໂດຍຈັດວາງໃນສູນສະແດງສິນຄ້າທີ່ທັນສະໄໝເປັນຮ້ານທຳອິດຂອງ ສປປ ລາວ ດ້ວຍຂະໜາດ 1.500 ຕາແມັດ ມີເນື້ອທີ່ສາງ 2.000 ຕາແມັດ ເນື້ອທີ່ຈອດລົດ 20 ຄັນ ແລະ ມີການຍ້າຍສໍານັກງານໃຫຍ່ຈາກ ສາຂາທົ່ງຂັນຄໍາ ມາເປັນ ສາຂາໂພນຕ້ອງ (ສໍານັກງານໃຫຍ່ໃນປັດຈຸບັນ).
地点: No. 366, Phonetong Road, B. Phonetongsavath, m. Chanthaboury, Vientiane Capital.
- ກົດເປີດທີ່ຢູ່ສາຂາ
办公室电话: (+85621) 561111,415645, 562635, 562497
办公室传真: (+85621) 262984.
销售电话: (+85621) 560000.
出售传真: (+85621) 264048.
电子邮件: info@souvanny.la