ຄວາມຮູ້ເລື່ອງຕົບແຕ່ງເຮືອນ - 17 ເລື່ອງໜ້າຮູ້ ຂອງການສ້າງຂັ້ນໄດເຮືອນຕາມຫຼັກຮວງຈຸ້ຍ ດ້ວຍກະໂລຂັ້ນໄດ

17 ເລື່ອງໜ້າຮູ້ ຂອງການສ້າງຂັ້ນໄດເຮືອນຕາມຫຼັກຮວງຈຸ້ຍ

ສຳລັບທ່ານໃດທີ່ກໍາລັງສ້າງເຮືອນ ຫຼື ຕົບແຕ່ງພາຍໃນໃໝ່ ນອກຈາກຕ້ອງສຶກສາເລື່ອງໂຄງສ້າງ ແລ້ວອີກອົງປະກອບໜຶ່ງ ທີ່ມີຄວາມສຳຄັນບໍ່ແພ້ສ່ວນອື່ນໆຂອງເຮືອນນັ້ນກໍຄືຂັ້ນໄດພາຍໃນເຮືອນ  ເຊິ່ງການເລືອກໃຊ້ວັດສະດຸທີ່ມີຄຸນນະພາບ ແລະ ປຶກສາກັບຜູ້ຊ່ຽວຊານແລ້ວ ເລື່ອງຮວງຈຸ້ຍຂັ້ນໄດເຮືອນ ກໍເປັນອີກໜຶ່ງສິ່ງທີ່ໃຜຫຼາຍໆຄົນໃຫ້ຄວາມສຳຄັັນເຊັ່ນດຽວກັນ.

ເພາະຕາມຄວາມເຊື່ອແລ້ວ ຂັ້ນໄດເຮືອນ ຖ້າຢູ່ໃນທິດທາງ ແລະ ຕຳແໜ່ງທີ່ເໝາະສົມ ແລະ ຈະຊ່ວຍສົ່ງເສີມສິ່ງມູງຄຸນໃຫ້ແກ່ຄົນໃນເຮືອນ ລວມເຖິງຊ່ວຍໃຫ້ຄົນທີ່ຢູ່ໃນເຮືອນຮົ່ມເຢັນເປັນສຸກອີກດ້ວຍ ໂດຍການຈັດ ຂັ້ນໄດເຮືອນຕາມຫຼັກຮວງຈຸ້ຍຂອງໂຫລາສາດຈີນຕ້ອງເຮັດແນວໃດ ຕາມມາເບິ່ງກັນເລີຍ.

ເຊິ່ງເຮົາໄດ້ລວບລວມ 17 ເລື່ອງໜ້າຮູ້ກ່ຽວກັບຮວງຈຸ້ຍຂອງການຈັດຂັ້ນໄດເຮືອນ ເພື່ອໃຫ້ຜູ້ຢູ່ອາໄສເຮັງໆ ລວຍໆ ສຸກຂີມັ່ງມີ ຕາມຄວາມເຊື່ອມາດັ່ງນີ້:

1. ຂັ້ນໄດບໍ່ຄວນຕັ້ງເຊິ່ງໜ້າກັບປະຕູໜ້າເຮືອນ.

ເພາະມີລັກສະນະຄືຄ້າຍກັບເມນເຜົາສົບ ເຊິ່ງຄົນບູຮານເຊື່ອຖືວ່າເປັນສິ່ງອັບປະມຸງຄຸນ ຈະນຳພາແຕ່ເລື່ອງບໍ່ດີເຂົ້າມາໃນເຮືອນ ນອກຈາກນັ້ນກໍຍັງເຊື່ອວ່າຈະສົ່ງຜົນໃຫ້ເກັບເງິນບໍ່ຢູ່ ຫຼື ສັງເກດງ່າຍໆຄືທ່ານຈະຫາເງິນໄດ້ມາເທົ່າໃດທ່ານກໍຈະບໍ່ມີເງິນເກັບເລີຍນັ່ນເອງ.

2. ຂັ້ນໄດເຮືອນບໍ່ຄວນຢູ່ກາງເຮືອນພໍດີ

ເພາະຈະເຮັດໃຫ້ເຈົ້າຂອງເຮືອນ ຫຼື ຜູ້ຢູ່ອາໄສຢູ່ເຮືອນບໍ່ຕິດ ຫຼື ໃນອີກມຸມໜຶ່ງອາດຈະເຮັດໃຫ້ເຈົ້າຂອງເຮືອນມີອາການເຈັບປ່ວຍໄດ້ງ່າຍອີກດ້ວຍ ໂດຍສະເພາະເປັນຕຳແໜ່ງຫົວໃຈຂອງເຮືອນມີການເຄື່ອນໄຫວຢູ່ຕະຫຼອດນັ້ນເອງ.

3. ຫຼີກເວັ້ນການສ້າງຂັ້ນໄດໃກ້ທາງເຂົ້າຈົນເກີນໄປ.

 

 

 

 

 

 

 

 

 

 

 

 

4. ຄວາມຊັນຂອງຂັ້ນໄດເຮືອນຄວນຢູ່ທີ່ 45 ອົງສາ.

5. ຂັ້ນໄດບໍ່ຄວນຢູ່ໃກ້ກັບຫ້ອງນອນ

ເພາະຂັ້ນໄດແມ່ນທຸກຄົນໃນເຮືອນໃຊ້ງານເກືອບຕະຫຼອດເວລາ ອາດຈະມີການລົບກວນທ່ານໃນເວລາທີ່ກຳລັງພັກຜ່ອນ ເຮັດໃຫ້ການນອນຫຼັບບໍ່ສະໜິດ ເກີດຄວາມລະແວງຕະຫຼອດເວລາ ສົ່ງຜົນຕໍ່ສຸຂະພາບໃນອະນາຄົດ.

 

 

 

 

 

 

 

 

 

 

 

 

6. ຂັ້ນໄດເຮືອນຄວນມີຈຳນວນເລກຄີກ

7. ບໍ່ຄວນມີຂັ້ນໄດຢູ່ນອກເຮືອນ

  ເຊິ່ງໃນທາງເທັກນິກເອີ້ນຂັ້ນໄດນີ້ວ່າ “ຂັ້ນໄດໂຈນ” ເພາະການຂຶ້ນຊັ້ນ 2 ຂອງເຮືອນ ມັນອາດຈະງ່າຍສຳຫຼັບທ່ານ ແລະ ໂຈນກໍເຊັ່ນດຽວກັນ ອາດຈະເຮັດໃຫ້ທ່ານເສຍຊັບສິນໂດຍບໍ່ໄດ້ຕັ້ງຕົວນັ້ນເອງ.

8. ຂັ້ນໄດບໍ່ຄວນແຄບ​ ຫຼື ຊັນຈົນເກີນໄປ.

 ໜ້າຂັ້ນໄດຄວນມີຄວາມກວ້າງຫຼາຍກວ່າ 20 cm. ຫຼື ຍາວກວ່າຄວາມຍາວຂອງຕີນທ່ານ ເພາະມັນຈະສະເເດງເຖິງຄວາມມັ່ງມີ ເຫຼືອກິນເຫຼືອໃຊ້.

9. ຂັ້ນໄດຄວນມີຄວາມສະໝໍ່າສະເໝີກັນ.

10. ບໍ່ຄວນມີຮອຍຕໍ່ ຫຼື ຮອຍແຕກລະຫວ່າງຂັ້ນໄດ.

11. ຄວນມີຊານພັກລະຫວ່າງຂັ້ນໄດ.

ເພື່ອຈະບໍ່ໃຫ້ກະແສໄຫຼວຽນຂອງອາກາດເຂົ້າສູ່ໃນເຮືອນໄວຈົນເກີນໄປ ອີກທັງຍັງສົ່ງຜົນດີໃນເລື່ອງຂອງໂຊກລາບ ເງິນທອງອີກດ້ວຍ.

12. ຄວນມີໂຖດອກໄມ້ຕັ້ງຢູ່ຊານພັກ

13. ຂັ້ນໄດຄວນມີຄວາມແຈ້ງສະຫວ່າງໃຫ້ພຽງພໍ

14. ຂັ້ນໄດທີ່ມືດຈົນເກີນໄປຈະກາຍເປັນຈຸດອັບ

ເຮັດໃຫ້ການໄຫຼວຽນຂອງພະລັງງານດີສະດຸດໄດ້ ດັ່ງນັ້ນຄວນເພີ່ມແສງສະຫວ່າງໃຫ້ພຽງພໍເພື່ອກະຕຸ້ນຮວງຈຸ້ຍທີ່ດີ ແລະ ກຳຈັດສິ່ງອັນບໍ່ເປັນມຸງຄຸນໄດ້.

15. ກວດສອບໃຫ້ແນ່ໃຈວ່າຂັ້ນໄດມີຄວາມແຂງແຮງ ຖ້າມີການແຕກຫັກໃຫ້ສ້ອມແປງທັນທີ.

16. ຫຼີກເວັ້ນການໃຊ້ຂັ້ນໄດສີແດງ.

 ເພາະສີແດງປຽບເໝືອນທາດໄຟ ຮູ້ສຶກເຖິງຄວາມຮ້ອນແຮງ ເເລະ ອີກທາງຍັງປຽບເໝືອນສີຂອງເລືອດນັ້ນເອງ.

17. ຫຼີກໄວ້ການໃຊ້ຂັ້ນໄດທີ່ມີລວດລາຍຫຼາຍເກີນໄປ.

ແນະນໍາເພີ່ມເຕີມ